ກ່ຽວກັບພວກເຮົາ

​​​ສະພາບ
ລາວ​ຍັງ​ຢູ່​ໃນ​ສັງຄົມ​ກະສິກຳ – ປະຊາຊົນຫລາຍ​ກວ່າສອງ​ສ່ວນ​ສາມ​ຂອງ​ພົນ​ລະ​ເມືອງ​ຍັງອາ​ໄສ​​​​ກະສິກຳ,​ໃນ​ນັ້ນ ສາມ​ສ່ວນ​ສີ່​ຂອງ​ຈຳນວນ​​​​ກະສິກອນ​ທັງ​ໝົດ​ຍັງ​ເຮັດ​ການ​ຜະລິດ​ກະສິກຳ​ແບບ​ກຸ້ມ​ຕົນ​ເອງ – ຊຶ່ງ​ເຮັດ​ໃຫ້ການ​ເຂົ້າ​ເຖິງ​ທີ່​ດິນ ແລະ ຊັບພະຍາກອນ ທຳມະຊາດເປັນປັດໄຈຕັດ​​​ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ລະດັບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ລາວ. ເຖິງຢ່າງໃດກໍຕາມ, ຢູ່ຂັ້ນທ້ອງຖິ່ນກົນໄກເພື່ອ ເຮັດໃຫ້ຊຸມຊົນໃນເຂດຊົນນະບົດໄດ້ ມີສ່ວນຮ່ວມຢ່າງຕັ້ງໜ້າໃນວິທີການ ຕັດສີນບັນຫາກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດແມ່ນມີໜ້ອຍ ແລະ ຢູ່ຂັ້ນສູນກາງກົນ ໄກດັ່ງກ່າວຍິ່ງມີໜ້ອຍ ເພື່ອເຊື່ອມໂຍງບັນດາຜູ້ມີສ່ວນກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນກັບຂະບວນສ້າງນະໂຍບາຍແຫ່ງຊາດ.

ກົດໝາຍ, ນະ​ໂຍບາຍ ​ແລະ ກົນ​ໄກ​ການ​ຕັດ​​ນບັນຫາ​ ​​​​ເປັນ​​​​​​​​​ທີ່​ບໍ່​ຈະ​ແຈ້ງ​ສຳລັບ​ຊາວບ້ານ ກໍ່​ຄື​ສຳລັບ​ພະນັກງານຂັ້ນ​ເມືອງ; ການ​ຕັດ​​​​ບັນຫາ​ໄດ້​ດຳ​ເນີນ​ແບບ​ບໍ່​ໂປ່​ງ​​ສ ​ແລະ ຂັ້ນຕອນ​ດັ່ງກ່າວ​ແມ່ນ​ບໍ່​ສາມາດ​ເຂົ້າ​ຫາ​ໄດ້​ໂດຍ​ປະຊາຊົນ​​​ເປັນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​​​າຍ​ກວ່າ​ໝູ່; ບົດບາດ ​ແລະ ພາລະ​ໜ້າ​ທີ່​ຂອງໜ່ວຍ​ງານ​ປົກຄອງ​ຕ່າງໆ ​ມີ​ລັກສະນະ​ຂັດ​ແຍ່ງ ​ແລະ ຊ້ຳ​ຊ້ອນ​ກັນ; ​ແລະ ນັກ​ລົງທຶນ​ພາຍ​ນອກ (ທີ່​ເປັນ​ຄົນ​ລາວ ຫຼື ຄົນ​ຕ່າງປະ​ເທດ) ມັກ​ມີ​ອິດ​ທິພົນຕໍ່ການ​ຕັດ​​​​ບັນຫາ ຫຼາຍ​ກວ່າ​ຊາວ​ກະສິກອນໃນ​ທ້ອງຖິ່ນ. ຕາມຄວາມເປັນຈິງ ແລ້ວ, ວິທີການຄຸ້ມຄອງທີ່ດິນຢູ່​​ລາວ ມີທ່າອ່ຽງສົ່ງເສີມການລົງທຶນຈາກ ພາຍນອກເພື່ອ “ຫັນທີ່ດິນເປັນທຶນ”, ຊຶ່ງນຳເອົາການລົງ ທຶນທີ່ມີຄວາມຈຳເປັນເພື່ອປັບປຸງຄຸນຄ່າການຜະ ລິດຈາກຊັບພະຍາກອນທຳມະຊາດ. ຕາມການຄາດຄະເນ, ການໃຫ້ສຳປະທານ ທີ່ດິນ ມີເນື້ອທີ່ທັງໝົດ 5.000.000 ເຮັກຕາ (21% ຂອງເນື້ອທີ່ດິນຂອງປະເທດລາວ).

ປະສົບການ ແລະ ໂອກາດ
Rights-LINK I, ຊຶ່ງແມ່ນໄລຍະທີ 1 ຂອງໂຄງການທີ່ໄດ້ຮັບທຶນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງ ປະເທດສະວິດ (SDC), ໄດ້​​​​​​​​​​​​?​​​​​ ສຶກສາອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າຂອງສິດ, ປັບປຸງ ກົນໄກຄວາມຮັບຜິດຊອບທີ່ ອ່ອນແອໃຫ້ເຂັ້ມແຂງ, ສະໜັບສະ​​ນອຳນາດການ ປົກຄອງເພື່ອຮັບປະກັນການ ປົກຄອງທີ່ດີ, ເຊື່ອມຕໍ່ບັນດາຜູ້ທີ່ມີ ບົດບາດກ່ຽວຂ້ອງຂອງທ້ອງຖິ່ນກັບບັນດາ ຜູ້ຊີ້ນຳ ແລະ ຜູ້ຕັດ​​​ບັນຫາຢູ່ຂັ້ນສູນກາງ, ປັບປຸງໃຫ້ຜູ້ວາງນະໂຍບາຍສາມາດ ເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບຜົນກະທົບຂອງການຕົກລົງກ່ຽວກັບບັນຫາທີ່ດິນ, ແລະ ໃຫ້ ການສະໜັບສະໜູນ ແກ່ການພັດທະນາກົນໄກຂອງທ້ອງຖິ່ນເພື່ອແກ້ໄຂຂໍ້ຂັດແຍ່ງ ຢ່າງວ່ອງໄວທັນການ ແລະ ສ້າງສັນ. ເຖິງແມ່ນວ່າໂຄງການໄດ້ມີບາງບັນຫາຫຍຸ້ງຍາກ – ເຊັ່ນ: ການຮ່ວມເຮັດວຽກກັບພາກສ່ວນເອກະຊົນ ແລະ ການສ້າງເວທີແລກປ່ຽນຢູ່ທ້ອງຖິ່ນ ຢູ່ພາກໃຕ້ – ແຕ່ມັນກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄຸນຄ່າສູງ ຂອງໂຄງການທີ່ອີງໃສ່ກິດຈະກຳຢູ່ທ້ອງຖິ່ນ ແລະ ວຽກນະໂຍບາຍຢູ່ລະດັບສູນກາງ.

Rights-LINK II ຈະສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງໄລຍະທີໜຶ່ງ: ສ້າງທ​ມງານ ແລະ ຄູ່ຮ່ວມງານ, ຂະຫຍາຍວຽກງານ​​​ກ້ວາງ ແລະເລິກ ເຂົ້າໃນຊຸມຊົນ ແລະສະໜັບສະໜູນການເຂົ້າເຖິງຂໍ້ມູນ ຂ່າວສານ. ແຕ່ ​​​ຍັງມີວຽກສຳຄັນທີ່ຕ້ອງໄດ້ປະຕິບັດ ເພື່ອຮັບມືກັບສະພາບການປ່ຽນແປງ ແລະ ການ ປັບປຸງຄວາມ ເຂົ້າໃຈ. VFI ໄດ້ກຳນົດ 5 ບັນຫາດັ່ງຕໍ່ໄປນີ້ ທີ່ເປັນບັນຫາ​​​​ ຊຶ່ງໂຄງການຈະຕ້ອງ ແກ້ໄຂ: 1) ການຂາດຄວາມໂປ່ງໄສ, 2) ການຂະຫຍາຍການສຳປະທານແບບ ບໍ່ມີການຄວບຄຸມ, 3) ຄວາມສາມາດດ້ານສະຖາບັນທີ່ຍັງມີລະດັບຕ່ຳ (ທັງລັດຖະບານ ແລະ ການຈັດຕັ້ງສັງຄົມ), 4) ການ ຂາດການປະສານງານ, 5)  ການຂາດຕົວຢ່າງກ່ຽວກາບວິທີການທີ່ດີ ສຳລັບການລົງທຶນ“ສີຂຽວ”.

ເປົ້າໝາຍ
ເພື່ອປັບປຸງຄວາມສາມາດ, ຄວາມຮູ້ ແລະ ການມີສ່ວນຮ່ວມ ຂອງບັນດາຜູ້ທີ່ມີສ່ວນກ່ຽວຂ້ອງ (ລັດ ຖະບານ, ອົງການຈັດຕັ້ງສັງຄົມ, ພາກສ່ວນເອກະຊົນ, ຊຸມຊົນທ້ອງຖິ່ນ ໂດຍສະເພາະ ແມ່ຍິງ ແລະ ກຸ່ມຊົນເຜົ່າ) ໃນການຕັດ​​​​ບັນຫາທີ່ພົວພັນກັບທີ່ດິນ ເພື່ອໃຫ້ຊຸມຊົນໃນຊົນນະບົດສາມາດປະຕິບັດ ສິດຂອງຕົນ ເພື່ອຄຸ້ມຄອງທີ່ດິນ ຊຶ່ງພວກເຂົານຳໃຊ້ ໃຫ້ມີຄວາມຍືນຍົງ ແລະ ທ່ຽງທຳ.

​​​​​​ຈຸດປະສົງ ແລະ ອົງປະກອບ​​​​​​​​​​​​​​​​​​
ໂຄງການນີ້ມີສາມອົງປະກອບ ທີ່ມີຂອບເຂດໜ້າວຽກແຕກຕ່າງກັນແຕ່ມີການກ່ຽວພັນກັນ:

 ອົງປະກອນທີ1:
 ການປັບປຸງດ້ານນະໂຍບາຍ
ສ້າງຄູ່ຮ່ວມງານ ແລະ ເຄືອຂ່າຍເພື່ອຂະຫຍາຍ ແລະ ຮັບປະກັນການເຂົ້າເຖິງຂໍ້ມູນກ່ຽວກັບ ປະເດັນການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດຂອງຫຼາຍພາກສ່ວນເພື່ອປັບປຸງ
ຂະບວນການຕັດສິນໃຈທີ່ມີຄວາມໂປ່ງໃສ ແລະ ບົນພື້ນທີ່ຄວາມເຂົ້າໃຈໃນທຸກລະດັບ
ແລະ ທຸກຂະໜາດ.
 ອົງປະກອບທີ2:
 ຄວາມໝັ້ນຄົງທາງດ້ານສິດ
ທີ່ດິນ
ເພື່ອພັດທະນາກົນໄກທີ່ມີປະສິດທິພາບທີ່ສົ່ງເສີມໃຫ້ຊຸມຊົນໄດ້ປະຕິບັດສິດຂອງເຂົາເຈົ້າ
ເພື່ອເຂົ້າເຖິງແລະ ຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ ແລະ ແກ້ໄຂຂໍ້ຂັດແຍ່ງ.
 ອົງປະກອບທີ3:
 ສ້າງຄວາມອາດສາມາດ
ເພື່ອສ້າງຄູຝຶກ ແລະ ຜູ້ອຳນວຍຄວາມສະດວກຜູ້ທີ່ສາມາດແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບພະ
ຍາກອນທຳມະຊາດໃຫ້ກັບຜູ້ປະຕິບັດລະດັບຕ່າງໆເຊັ່ນ: ພາກປະຊາສັງຄົມ,ພະນັກງານ
ລັດຖະບານ,ພາກສ່ວນເອກະຊົນ ແລະ ນັກຮຽນ/ນັກສຶກສາ.


ກຸ່ມເປົ້າໝາຍ

ເປົ້າໝາຍຂອງ Rights-LINK II ແມ່ນເພື່ອໃຫ້ມີຜົນກະທົບໂດຍກົງຕໍ່ຊາວກະສິກອນ ແລະ ສະມາຊິກຂອງຊຸມຊົນໃນທ້ອງຖິ່ນ
(ໂດຍສະເພາະ ແມ່ຍິງ ແລະ ຊົນເຜົ່າສ່ວນໜ້ອຍ) ໃນທົ່ວປະເທດລາວ. ຊາວກະສິກອນ ແລະ ສະມາຊິກຂອງຊຸມຊົນໃນ ທ້ອງຖິ່ນ
ດັ່ງກ່າວ ເປັນເຈົ້າຂອງສິດຕົ້ນຕໍຫຼື ປະຊາຊົນທີ່ມີສິດ ໃນການມີສ່ວນຮ່ວມໃນການຕັ​​​​​​ນຫາກ່ຽວກັບທີ່ດິນ ແລະ ຊັບພະຍາກອນ,
ສິດໃນການເຂົ້າເຖິງຊັບພະຍາກອນເພື່ອການ ຜະລິດ.ສິ່ງເຫຼົ່ານີ້ສາມາດເຮັດໄດ້ໂດຍການປັບປຸງຂະບວນການ
ຕັດສິນໃຈ, ປັບປຸງຂະບວນການ ຮ່າງນະໂຍບາຍ ແລະ ປັບປຸງການສະໜັບສະໜຸນຕ່າງໆທີ່ມີໃຫ້ຜູ້ຖືສິດໃຊ້ທີ່ດິນ ຜ່ານຊ່ອງ
ທາງຂອງລັດຖະບານ ແລະ ບໍ່ແມ່ນລັດຖະບານ. ກິດຈະກຳຂອງໂຄງການຈະສະໜັບສະໜຸນໂດຍກົງຢູ່ສາມແຂວງ ແລະ
ນະຄອນຫຼວງເຮັດວຽກກັບຜູ້ຖືສິດໃຊ້ ຢູ່ໃນບ້ານ ແລະ ພະນັກງານເມືອງ ແລະ ແຂວງ.

ຊັບພະຍາກອນ ແລະ ໄລຍະເວລາຂອງໂຄງການ
ງົບປະມານທັງໝົດຂອງໂຄງການແມ່ນ 2,800,000 ໂດລາສະຫະລັດ ແລະ ເຈັດສິບເກົ້າເປີເຊັນຂອງງົບປະມານນີ້ມາຈາກ
SDC. ການໃຊ້ຈ່າຍຈະແບ່ງ ໃຫ້ສະເໝີກັນຢູ່ໃນສີ່ຜົນໄດ້ຮັບ ແລະ ສິບເປີເຊັນທີ່ຍັງເຫຼືອແມ່ນໃຊ້ສຳລັບການບໍລິຫານໂຄງການ.

ໂຄງການໄດ້ເລີ່ມປະຕິບັດຕັ້ງແຕ່ກາງປີ 2012ຫຼັງຈາກສຳລັບໂຄງການໄລຍະທີໜຶ່ງ ຫາກາງປີ 2016. ຂະນະດຽວກັນກໍ່ຍັງ
ຈະຕ້ອງການທຶນສະໜັບສະໜູນ ຫຼັງຈາກໄລຍະນີ້, ການຮັບປະກັນຄວາມຍືນຍົງຂອງໂຄງການແມ່ນເຮັດຜ່ານຄູ່ຮ່ວມງານ
ຈາກຫຼາຍຝ່າຍ. ອີກປະການໜຶ່ງທຶນສະໜັບສະໜຸນຈາກ ທາງນອກກໍຍັງຕ້ອງການເພື່ອສົມທົບທຶນຈາກ SDC.

ຄາດຄະເນຜົນໄດ້ຮັບ
ເພື່ອສຳເລັດເປົ້າໝາຍລວມຂອງໂຄງການ, ໂດຍຈະສານຕໍ່ຄວາມສຳເລັດຂອງໂຄງການໄລຍະ ທີ1ແລະ ຈະຮ່ວມງານກັບ
ອົງການຈັດຕັ້ງລັດ ແລະ ພາກປະຊາສັງຄົມໂຄງການໄລຍະ 2 ເຮັດວຽກໃນລະດັບຈຸລະພາກ (ບ້ານ),ລະດັບກາງ(ເມືອງ ແລະ
ແຂວງ),ແລະ ລະດັບມະຫາພາກ (ປະເທດ) ເພື່ອປັບປຸງຄວາມເຂົ້າໃຈຮ່ວມກັນ, ພັດທະນາກົນໄກສົ່ງເສີມ ການສົນທະນາທີ່
ມີປະສິດທິຜົນແລະ ຂະບວນການຕັດສິນໃຈແບບມີສ່ວນຮ່ວມຫຼາຍຂື້ນ ແລະໃຫ້ການສະຫນັບສະຫນຸນຂໍ້ມູນແກ່ຂະບວນ
ການພັດທະນານະໂຍບາຍໃນທຸກລະດັບ .ຜົນໄດ້ຮັບຂອງໂຄງການຈະສ້າງໂອກາດອັນດີໃຫ້ຊຸມຊົນໄດ້ ເຂົ້າຮ່ວມໃນຂະບວນ
ການຕັດສິນໃຈທີ່ສຳຄັນ ແລະ ການພັດທະນານະໂຍບາຍ ທີ່ກ່ຽວຂ້ອງກັບທີ່ດິນໄດ້ດີກວ່າເກົ່າ,ເພີ່ມຄວາມເຂົ້າໃຈຂອງທຸກ
ຝ່າຍຫຼາຍຂື້ນກ່ຽວກັບການເຄົາລົບ ສິດຂອງຊຸມຊົນກ່ຽວກັບທີ່ດິນ ແລະ ສຸດທ້າຍ ຈະເຮັດໃຫ້ການນຳໃຊ້ທີ່ດິນ ແລະ ຊັບພະ
ຍາກອນທຳມະຊາດມີຄວາມຍືນຍົງ ແລະ ເທົ່າທຽມກັນໃນທົ່ວປະເທດ.

ຫຼັກການ ແລະ ວິທີການ
ໂຄງການຈະດຳເນີນໂດຍອີງໃສ່ຮູບແບບວິທີການຕ່າງໆທີ່ອິງສິດທິພື້ນຖານ,ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈທີ່ຈະເຮັດໃຫ້
ພາກສ່ວນຕ່າງໆນຳໃຊ້ຄວາມ ເຂົ້າໃຈນີ້ເຂົ້າໃນການຕັດສິນໃຈທີ່ດີກວ່າເກົ່າກ່ຽວກັບການນຳໃຊ້ທີ່ດິນ. ໂຄງການເຄືອຂ່າຍຂໍ້
ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດຈະອີງໃສ່ຫຼັກການດັ່ງລຸ່ມນີ້:

1)   ການເປັນເຈົ້າຂອງໂດຍຄົນລາວ: ການຈັດການ ແລະ ດຳເນີນໂຄງການແມ່ນພະນັກງານຄົນລາວ ແລະ ຄູ່ຮ່ວມງານເຊິ່ງ
ລວມມີອົງການຈັດຕັ້ງຂອງລາວ, ພາກປະຊາສັງຄົມ, ພາກສ່ວນເອກະຊົນຈົນຮອດລັດຖະບານ. ນອກຈາກນີ້, ໂຄງການ ຈະສ້າງການເຊື່ອມໂຍງປະສົບການເລື່ອງທີ່ດິນກັບອົງການທີ່ກ່ຽວຂ້ອງຢູ່ພາກພື້ນ ແລະ ສາກົນໃຫ້ດີກວ່າເກົ່າ.

2)   ການຮັບຮູ້ບົດບາດຍິງຊາຍ, ຊົນເຜົ່າ ແລະວັດທະນາທຳທ້ອງຖິ່ນເປັນສ່ວນສຳຄັນໃນການນຳໃຊ້ທີ່ດິນ. ໂຄງການຈະຮັບ
ປະກັນການເລັງເປົ້າໝາຍໃສ່ທັງຍິງ ແລະ ຊາຍ ແລະ ເນັ້ນໃສ່ການເຮັດວຽກກັບກຸ່ມຜູ້ຍິງ ເພາະເຂົາເຈົ້າເປັນຜູ້ສຳຄັນໃນການ
ນຳໃຊ້ທີ່ດິນ.

3)   ຄວາມເປັນກາງ ແລະ ເຊື່ອໝັ້ນ: ໂຄງການຈະສືບຕໍ່ເຮັດວຽກກັບຜູ້ປະຕິບັດທັງໝົດທີ່ສົນໃຈສະໜັບສະໜຸນຄວາມຍືນຍົງ
ແລະ ສິດທິເທົ່າທຽມກັນ ພ້ອມກັບ ສືບຕໍ່ພົວພັນກັບຜູ້ປະຕິບັດທັງໝົດ. Rights-LINK ໄດ້ສ້າງເຄືອຂ່າຍທີ່ມີຄວາມເຂັ້ມແຂງ ແລະ ເຫັນວ່າເປັນຜູ້ປະຕິບັດທີ່ມີຄວາມໂປ່ງໃສໃນຈຳນວນຄູ່ຮ່ວມງານ.

4)   ເປີດກວ້າງການເຂົ້າເຖິງຂໍ້ມູນ: ໂຄງການຈະສຸມໃສ່ການກະຈາຍຂໍ້ມູນໃຫ້ກວ້າງຂວາງ.ໄລຍະນີ້ Rights-LINK ຈະສຸມໃສ່ການ
ສ້າງເຄື່ອງມືເອງ ພ້ອມທັງບັນທຶກ ແລະ ຂະຫຍາຍປະສົບການຈາກໂຄງການອື່ນ.

5)  ຫລາຍພາກສ່ວນ: ຫລາຍພາກສ່ວນແມ່ນຫຼັກການສຳຄັນເພື່ອຄວາມຫຼາກຫຼາຍຂອງພື້ນທີ່, ວັດທະນາທຳ, ຜູ້ປະຕິບັດ ແລະ
ສະຖະນະການຢູ່ໃນ ສປປ ລາວ. ຈາກວິທີການ, ເຄື່ອງມື ແລະ ກົນໄກການສື່ສານຈະນຳໃຊ້ພື້ນຖານຄວາມຕ້ອງການ ແລະ ຄວາມພໍໃຈ ໃນເລື່ອງຂອງຄູ່ຮ່ວມງານໂຄງການຈະເຮັດວຽກກັບຫຼາຍ ຂະແໜງການ ແລະ ພາກສ່ວນຕ່າງໆໃນສັງຄົມ.

6)   ການມີສ່ວນຮ່ວມ: ໂຄງການຈະຊຸກຍູ້ໃຫ້ຂະແໜງການແລະ ຜູ້ປະຕິບັດທັງໝົດ ເຂົ້າຮ່ວມໃນໂຄງການເຊັ່ນດຽວກັນກັບການ
ອອກແບບ ໃນລະດັບທ້ອງຖິ່ນເພື່ອໃຫ້ມີຄວາມຍືນຍົງ, ທ້ອງຖິ່ນເປັນເຈົ້າຂອງ ແລະ ເຮັດໃຫ້ປະຊາຊົນທ້ອງຖິ່ນມີຄວາມເຂັ້ມແຂງ.


sdc170 vfi170 maf